ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຕວກ​ກີ ທົດ​ລອງ​ເຄື່ອງບິນສູ້ຮົບ​ບໍ່ມີ​ຄົນ​ຂັບ

     ເຮືອບິນສູ້ຮົບ​ບໍ່​ມີ​ຄົນ​ຂັບ​ຮຸ້ນ ANKA III UCAV ຂອງ​ຕວກ​ກີ ໄດ້​ທຳ​ການ​ທົດ​ລອງ​ບິນ​ຄັ້ງ​ທຳ​ອິດ​ເພື່ອ​ທົດ​ສອບ​ສະມັດ​ຕະ​ພາບ​
ຂອງ​ລະບົບທັງໝົດ. ເຄື່ອງບິນ​ສູ້ຮົບ​ບໍ່​ມີ​ຄົນ​ຂັບລຸ້ນນີ້ໃຊ້​ເຄື່ອງ​ຈັກ​ອາຍ​ພົ່ນຜະລິດເອງພາຍໃນປະເທດ, ເຄື່ອງບິນມີ​ນ້ຳໜັກ​ລວມ 6,5 ໂຕນ.
ເຄື່ອງບິນຮຸ້ນນີ້, ມີ​ໄລຍະ​ບິນ​ປະຕິ  ບັດ​ການ​ໄກ​ສຸດ 1.320 ກິໂລແມັດ ແລະ​ ມີ​ໄລຍະ​ການ​ປະຕິບັດ​ການ​ດົນ​ເຖິງ 10 ຊົ່ວໂມງ, ມີ​ເພດານ
ບິນ​ສູງ​ເຖິງ 9 ກິໂລແມັດ, ມີ​ຄວາມ​ໄວ​ສູງ​ສຸດ 765 ກິໂລແມັດ ແລະ ຄວາມ​ໄວບິນ​ປົກກະຕິ 450 ກິໂລແມັດຕໍ່ຊົ່ວໂມງ. ເຄື່ອງ​ບິນຕົ້ນ
​ແບບ​ຂອງ​ເຄື່ອງບິນສູ້ຮົບ​ບໍ່​ມີ​ຄົນ​ຂັບ ANKA III ໄດ້ຕິດ​ຕັ້ງ​ລະບົບ​ຂັບ​ເຄື່ອນດ້ວຍ​ເຄື່ອງ​ຈັກ​ອາຍ​ພົ່ນ​ເທີ​ໂບ. ANKA III UCAV ສາມາດ
​ຕິດ​ອາວຸດ​ນໍ້າໜັກ 650 ກິ​ໂລ​ກຼາມ, ສາມາດ​ຕິດຕັ້ງ​ອາວຸດ​ໜັກ​ໃສ່​ໃຕ້​ປີກ​ຄູ່​ໃນ ແລະ ໃຕ້​ປີກ​ຄູ່​ນອກ​, ​ຕິດ​ຕັ້ງ​ລະເບີດ​ນຳ​ວິຖີ ຫຼື ລູກ​ລະເບີດ
​ທຳລາຍ​ອະເນກ​ປະສົງ, ອາວຸດ​ນຳ​ວິຖີ ແລະ ອາວຸດ​ປ່ອຍ​ນຳ​ວິຖີ​ໄດ້​ຫຼາກ​ຫຼາຍ​ແບບ. ຄື່ອງບິນ​ສູ້ຮົບ​ບໍ່​ມີ​ຄົນ​ຂັບ ANKA III UCAV ໃຊ້​
ລະບົບ​ພາກ​ພື້ນ​ດິນ​ຕ່າງໆ​ເຊັ່ນ​ດຽວ​ກັບ​ເຄື່ອງບິນສູ່​ຮົບ​ບໍ່​ມີ​ຄົນ​ຂັບ​ລຸ້ນ​ກ່ອນ​ໜ້າ​ນີ້​ຂອງ​ຕວກກີ ​ເພື່ອ​ເພີ່ມ​ຄວາມ​ຄື​ກັນ​ຂອງ​ລະບົບ​ທັງ​ເຄື່ອງບິນ​
ບໍ່​ມີ​ຄົນ​ຂັບຮຸ້ນໃໝ່ Anka UAV ແລະ ລຸ້ນຜ່ານມາ Aksungur UAV.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 17/01/2024